ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຍີ່ປຸ່ນ ​ຄວນ​ຄວບ​ຄຸມ​ງົບປະມານ ​ການ​ປ້ອງ​ກັນ​ປະເທດ ຕາມ​ເສັ້ນທາງ​ສັນຕິພາບ

     ຕາມຂ່າວສານຊິນຮວາ ລາຍງານວ່າ: ວັນ​ທີ 22 ທັນວາ ​ນີ້, ລັດຖະບານ​ຍີ່ປຸ່ນ​ໄດ້​ຮັບຮອງເອົາ​ຮ່າງ​ມະຕິ​ກ່ຽວ​ກັບ​ງົບປະມານ
​ຂອງ​ລັດຖະບານ​ສົກ​ປີ 2024 ໃນ​ກອງ​ປະຊຸມ​ຄະນະ​ລັດຖະບານ, ໃນ​ນັ້ນ​ງົບປະມານ​ການ​ປ້ອງ​ກັນ​ປະເທດ​ຂອງ​ຍີ່ປຸ່ນ​ ໄດ້​ເພີ່ມ
​ຂຶ້ນ​ຮອດ​ລະດັບ​ສູງ​ສຸດ​ໃນ​ປະຫວັດສາດ. ໃນ​ວັນ​ດັ່ງກ່າວ, ລັດຖະບານ​ຍີ່ປຸ່ນ​ໄດ້​ໄຂ​ກອງ​ປະຊຸມ ໂດຍ​ໄດ້​ດັດແປງ “ຫຼັກການ​ສາມ
​ປະການ​ຂອງ​ການ​ໂອນ​ຍ້າຍ​ອາວຸດ​ຍຸດ​ໂທ​ປະກອນ​ປ້ອງ​ກັນ​ຕົວ” ພ້ອມ​ດ້ວຍ​ແນວທາງ​ການ​ດຳເນີນ​ງານ ເຊິ່ງ​ເປັນ​ການ​ເປີດ​ປະຕູ​ ໃຫ້​
ແກ່​ຍີ່ປຸ່ນ​ໃນ​ການ​ສົ່ງ​ອອກ​ອາວຸດ​ຍຸດ​ໂທ​ປະກອນ​ຕ່າງໆ ລວມ​ທັງ​ຂີ​ປະ​ນາ​ວຸດ​ນຳ​ວິຖີ​ເປັນຕົ້ນ. ຜູ້​ເບິ່ງ​ກວ້າງ​ເຫັນ​ໄກ​ຂອງ​ຍີ່ປຸ່ນ​ເຫັນ​ວ່າ
ຍີ່ປຸ່ນ​ຄວນ​ຄວບ​ຄຸມ​ງົບປະມານ​ດ້ານ​ການ​ປ້ອງ​ກັນ​ປະເທດ ບໍ່
ຄວຍ​ໃຫ້​ງົບປະມານ​ດັ່ງກ່າວ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງຫຼາຍ ແລະ ຕໍ່​ເນື່ອງທັງ
​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນທາງ​ສັນຕິພາບ.

     ທ່ານ ຕາ​ກາ​ຈິງ ຟູ​ຈີ​ຕະ ຫົວໜ້າ​ອົງການ “ສືບ​ທອດ ແລະ ເສີມ​ຂະຫຍາຍ​ຖະແຫຼງການ​ມູ​ຣາ​ຢາ​ມະ” ຂອງ​ຍີ່ປຸ່ນ​ເຫັນ​ວ່າ: ຍີ່ປຸ່ນ
​ສືບຕໍ່​ເພີ່ມ​ງົບປະມານ​ລາຍ​ຈ່າຍ​
ດ້ານ​ການ​ປ້ອງ​ກັນ​ປະເທດ​ ແມ່ນ​ນະໂຍບາຍ​ທີ່​ຈຳກັດ​ຄັບແຄບ ເຊິ່ງ​ຈະ​ພາໃຫ້​ສະຖານະ​ການ​ໃນ​ພາກ
​ພື້ນ​ເຄັ່ງ​ຕຶງ​ຂຶ້ນ ແລະ ເຮັດ​ໃຫ້​ລັດຖະບານ​ຍີ່ປຸ່ນ​ຖະຫຼຳ​ເຂົ້າ​ໃນ​ບັນຫາ​ການ​ເງິນ​ທີ່​ໜັກໜ່ວງ​ກວ່າ​ເກົ່າ​ອີກ. ການ​ເພີ່ມ​ງົບປະມານ​ລາຍ
​ຈ່າຍ​ດ້ານ​ການ​ປ້ອງ​ກັນ​ປະເທດ ແລະ ຜ່ອນ
ຄາຍ​ຄວາມ​ຈຳກັດ​ໃຫ້​ແກ່​ການ​ສົ່ງ​ອອກ​ອາວຸດ​ຍຸດ​ໂທ​ປະກອນໄດ້​ຝືນ​ກັບ “ລັດ​ຖະ​ທຳ​ມະ
ນູນ​ສັນຕິພາບ” ຂອງ​ຍີ່ປຸ່ນ. ສະນັ້ນ, ຍີ່ປຸ່ນ​ຄວນ​ຍຶດ​ໝັ້ນ​ເດີນ​ຕາມ​ເສັ້ນທາງ​ສັນຕິພາບ​ຈະ​ດີ​ກວ່າ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 29/12/2023